ພັນລະນາເຖິງຄົນມີສິນ
|
|
ຄົນຜູ້ມີສິນນີ້
|
ໃຈດີເຢັນຊຸ່ມ
|
ຄືດັັ່ງນ້ຳຕຸ່ມແກ້ວ
|
ຍາມຂຸ້ນແມ່ນບໍ່ມີ
|
ທັງເຫລົ່າສີສະອາດດ້ວຍ
|
ຊ້ອຍຊື່ນໂສພາ
|
ມີວາຈາກາຍໃຈ
|
ຜ່ອງໃສສະເຫມີແກ້ວ
|
ຍາມເມື່ອສິນປະດັບເນື້ອ
|
ແວວງາມວາດຄ່ອງ
|
ຄືດັ່ງຄອງແຜ່ນຜ້າ
|
ລາຄ່າລ້ຳລື່ນຄຳທ່ານເອີຍ
|
ໃຜຊິນຳໄປເອ້
|
ທາງໃດໄດ້ທຸກແຫ່ງ
|
ບໍ່ເລືອກໄວ ແລະ ຊັ້ນ
|
ຊົງໄດ້ດັ່ງກັນ
|
ບໍ່ວ່າໃຫຍ່ ແລະ ນ້ອຍ
|
ໜຸ່ມແກ່ປານກາງ
|
ທັງຜູ້ຍິງ-ຜູ້ຊາຍ
|
ຝ່າຍໃດສະເໝີຜ້ຽງ
|
ບໍ່ຄືອາພອນຜ້າ
|
ທຳມະດາໂລກແຕ່ງ
|
ເຄື່ອງເອ້ທາງໂລກນັ້ນ
|
ງາມໄດ້ແຕ່ເກົ່າເປັນ
|
ຕ້ອງໄດ້ຟອກຊັກຍ້ອມ
|
ຍາມເກົ່າກໍ່ເໝັນກຸຍ
|
ບໍ່ຄືຄອງຄຸນສິນ
|
ໜໍ່ອົງພຸດໂທເຈົ້າ
|
ດີບໍ່ມີຍາມເສົ້າ
|
ດີໄປເທົ່າຊົ່ວ
|
ບໍ່ມີການຊັກຍ້ອມ
|
ເໝືອນຜ້າແຜ່ນສະໃບ
|
ດີໄປຈົນສະລາເຖົ້າ
|
ທົນທານທັດທ່ຽງ
|
ແມ່ນວ່າເກີດຊາດຫນ້າ
|
ກໍ່ຍັງເຫຼື້ອມຢູ່ດັ່ງເດີມ
ທ່ານເອີຍ!
|
16 มกราคม 2561
สมัครสมาชิก:
ส่งความคิดเห็น (Atom)
ກ່ຽວກັໍບຜູ້ຂຽນ
ສະບາຍດີ, ຍິນດີຕ້ອນຮັບທຸກທ່ານ ເຂົ້າສູ່ເວັບໄຊ ຢາກຮູ້ດອທຄອມ (Yarkhu.com) ເປັນເວັບສຸດຍອດແຫຼ່ງຂໍ້ມູນຂອງຄົນລາວຍຸກໃໝ່ ເຊິ່ງໄດ້ເປີດໂອກາດໃຫ້ທຸກຄົນ ໄດ້ນໍາເອົາຄວາມຮູ້ ແລະ ປະສົບການໃໝ່ໆ ນໍາໄປເຜີຍແຜ່ ແລະ ປະຍຸກໃຊ້ໃນຊີວິດປະຈໍາວັນຂອງຕົວເອງໃຫ້ດີຍິ່ງຂື້ນ
(ຂໍຂອບໃຈທຸກໆທ່ານ ທີ່ເຂົ້າມາໃຊ້ບໍລິການຢູ່ທີ່ນີ້)

ไม่มีความคิดเห็น:
แสดงความคิดเห็น